Minnesota Secretary Of State - ລົງ​ຄະ​ແນນ​ສຽງ​ລ່ວງ​ໜ້າດ້ວຍບັດທີ່ບໍ່ໄດ້ມາສົ່ງໃນມື້ປ່ອນບັດ (Vote early with an absentee ballot)
Skip to main content

ລົງ​ຄະ​ແນນ​ສຽງ​ລ່ວງ​ໜ້າດ້ວຍບັດທີ່ບໍ່ໄດ້ມາສົ່ງໃນມື້ປ່ອນບັດ (Vote early with an absentee ballot)


ໃນລັດ Minnesota, ທ່ານບໍ່ຈຳເປັນຕ້ອງລໍຖ້າຈົນຮອດວັນເລືອກຕັ້ງ—ລົງຄະແນນສຽງກ່ອນໜ້ານີ້ທາງໄປສະນີ ຫຼື ຢູ່ຫ້ອງການເລືອກຕັ້ງທ້ອງຖິ່ນຂອງທ່ານ!

ລົງຄະແນນສຽງລ່ວງໜ້າ

ທ່ານສາມາດລົງຄະແນນສຽງດ້ວຍບັດທີ່ບໍ່ໄດ້ໄປສົ່ງໃນມື້ເລືອກຕັ້ງຢູ່ຫ້ອງການການເລືອກຕັ້ງທ້ອງຖິ່ນຂອງທ່ານ ເລີ່ມແຕ່ 46 ມື້ກ່ອນວັນເລືອກຕັ້ງ.

ຊອກຫາຫ້ອງການການເລືອກຕັ້ງທ້ອງຖິ່ນຂອງທ່ານ

ລົງຄະແນນສຽງລ່ວງໜ້າທາງໄປສະນີ

ນອກນັ້ນທ່ານຍັງສາມາດສະໝັກຂໍເອົາບັດລົງຄະແນນສຽງທີ່ບໍ່ໄດ້ໄປປ່ອນເອງໃຫ້ສົ່ງຫາທ່ານທາງໄປສະນີ. ທ່ານຕ້ອງສົ່ງຄືນບັດຄະແນນຂອງທ່ານພາຍໃນມື້ເລືອກຕັ້ງ.

ຄຳແນະນຳການລົງຄະແນນສຽງລ່ວງໜ້າທາງໄປສະນີ

  1. ສະໝັກເລືອກຕັ້ງໄດ້ທຸກເວລາໃນລະຫວ່າງປີ. ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ຈະ​ສົ່ງ​ເອ​ກະ​ສານ​ລົງ​ຄະ​ແນນ​ສຽງ​ເມື່ອ​ມີ​ການ​ລົງ​ຄະ​ແນນ​ສຽງ. ສະໝັກການລົງຄະແນນສຽງຂອງທ່ານອອນໄລນ໌ເປັນພາສາອັງກິດ, ຫຼື ພິມໃບສະໝັກເປັນເຈ້ຍ ພາສາ ລາວ
  2. ອ່ານຄໍາແນະນໍາທີ່ມາພ້ອມກັບບັດຄະແນນຂອງທ່ານຢ່າງລະມັດລະວັງ! ຄະແນນສຽງຂອງທ່າ່ນຈະບໍ່ຖືກນັບ ຖ້າທ່ານບໍ່ຕື່ມແບບຟອມທັງໝົດ.
  3. ່ທ່ານຈະຕ້ອງມີພະຍານ ເມື່ອທ່ານລົງຄະແນນສຽງ ແລະ ລົງຄະແນນສຽງໃຫ້ຄົບຖ້ວນ. ພະຍານສາມາດເປັນຜູ້ລົງຄະແນນສຽງຂອງລັດ Minnesota ຫຼື ນັກກົດໝາຍy. ພະຍານຂອງທ່ານຕ້ອງລົງລາຍເຊັນໃນຊອງຈົດໝາຍ ແລະ ບອກທີ່ຢູ່ຂອງພວກເຂົາ.
  4. ຖ້າທ່ານບໍ່ໄດ້ລົງທະບຽນເພື່ອລົງຄະແນນສຽງ, ທ່ານຈະໄດ້ຮັບໃບຄໍາຮ້ອງລົງທະບຽນຢູ່ໃນເອກະສານຂອງທ່ານ. ເພື່ອລົງທະບຽນ, ສະແດງພະຍານຂອງທ່ານ.ເປັນໜຶ່ງໃນຫຼັກຖານທີ່ຢູ່ອາໄສ. ພະຍານຂອງທ່ານຕ້ອງໝາຍວ່າທ່ານໄດ້ສະແດງບັດປະຈຳຕົວອັນໃດໜຶ່ງຢູ່ໃນຊອງຈົດໝາຍມີລາຍເຊັນຂອງທ່ານ.
  5. ຫຼັງຈາກທີ່ທ່ານເຮັດແລ້ວ, ສົ່ງບັດລົງຄະແນນສຽງ ແລະ ແບບຟອມກັບຄືນທັນທີ. ບັດຄະແນນຂອງທ່ານຈະບໍ່ຖືກນັບຖ້າໄດ້ຮັບຫຼັງຈາກມື້ເລືອກຕັ້ງ. ນອກຈາກນັ້ນ, ທ່ານຍັງສາມາດສົ່ງບັດເລືອກຕັ້ງຂອງທ່ານດ້ວຍຕົນເອງໄປຫາຫ້ອງການເລືອກຕັ້ງທີ່ສົ່ງບັດເລືອກຕັ້ງຂອງທ່ານ.

 

ຕິດຕາມການລົງຄະແນນສຽງຂອງທ່ານ

ການລົງຄະແນນສຽງທັງໝົດທີ່ໄດ້ຮັບຕາມກຳນົດເວລາ ແລະ ແບບຟອມທີ່ໄດ້ຕື່ມຢ່າງຖືກຕ້ອງຈະຖືກນັບ.

ຕິດຕາມສະຖານະຂອງບັດຄະແນນຂອງທ່ານ ແລະ ຢືນຢັນວ່າໄດ້ຮັບ ແລະ ນັບແລ້ວ.