ເຖິງເວລາເລືອກຕັ້ງແລ້ວ!
ຖ້າທ່ານຍັງມີບັດເລືອກຕັ້ງນັ້ນຢູ່ ໃຫ້ທ່ານຟ້າວເອົາໄປປ່ອນດ່ວນ
ບໍ່ຕ້ອງສົ່ງຄືນທາງໄປສະນີ
ຜູ້ເລືອກຕັ້ງສາມາດສົ່ງບັດເລືອກຕັ້ງໂດຍຕົນເອງທີ່ຫ້ອງການເລືອກຕັ້ງທ້ອງຖິ່ນຫຼືທີ່ຕູ້ປ່ອນບັດທີ່ແຕ່ງຕັ້ງໄວ້ເພື່ອບັດເລືອກຕັ້ງນັ້ນແລ້ວ ຫຼືໃຫ້ທ່ານໄປເລືອກຕັ້ງໂດຍຕົນເອງກ່ອນວັນເລືອກຕັ້ງ
ບັດເລືອກຕັ້ງທີ່ທ່ານສົ່ງແລ້ວທາງໄປສະນີນັ້ນຕ້ອງໄດ້ເຖິງຫ້ອງການເລືອກຕັ້ງບໍ່ໃຫ້ກາຍວັນເລືອກຕັ້ງ, ວັນທີ່ 3 ເດືອນພຶດສະຈິກາ!
ໄປອອກສຽງກັບບ່ອນລ່ວງໜ້າກ່ອນວັນເລືອກຕັ້ງ
ທ່ານສາມາດອອກສຽງຊະນິດບໍ່ສາມາດໄປບ່ອນເລືອກຕັ້ງໄດ້ ຢູ່ຫ້ອງການເລືອກຕັ້ງປະຈຳທ້ອງຖິ່ນ 46 ວັນກ່ອນວັນເລືອກຕັ້ງ.
ຊອກຫາຫ້ອງການເລືອກຕັ້ງປະຈຳທ້ອງຖິ່ນ
ອອກສຽງລ່ວງໜ້າທາງໄປສະນີ
ທ່ານສາມາດສະໝັກໂດຍການຂໍໃຫ້ມີການສົ່ງໃບສະໝັກຊະນິດບໍ່ສາມາດໄປບ່ອນທີ່ເລືອກຕັ້ງໄດ້ໄປໃຫ້ທ່ານທາງໄປສະນີໄດ້. ທ່ານຕ້ອງສົ່ງໃບສະໝັກຂອງທ່ານຄືນກ່ອນວັນເລືອກຕັ້ງ.
ຄຳແນະນຳໃນການອອກສຽງລ່ວງໜ້າທາງໄປສະນີ
- ສະໝັກຂໍບັດເລືອກຕັ້ງຍາມໃດກໍໄດ້ຕະຫຼອດປີ. ເຈົ້າໜ້າທີ່ເລືອກຕັ້ງຈະສົ່ງໜັງສືເລືອກຕັ້ງຕ່າງໆໃຫ້ທ່ານເມື່ອບັດເລືອກຕັ້ງມີໃຫ້ທ່ານ. ສະໝັກຂໍບັດເລືອກຕັ້ງທາງອອນລາຍເປັນພາສາອັງກິດ ຫຼື ພິມໃບສະໝັກເປັນພາສາລາວກໍໄດ້
- ອ່ານຂໍ້ຄວາມທີ່ຢູ່ໃນບັດເລືອກຕັ້ງໃຫ້ຄັກແນ່! ບັດເລືອກຕັ້ງຂອງທ່ານຈະບໍ່ຖືກນັບຖ້າທ່ານກອກຟອມທັງໝົດບໍ່ແລ້ວ.
- ່ວ່າ ຜູ້ຈົດທະບຽນອອກສຽງເລືອກຕັ້ງຂອງລັດມິນນິໂຊຕາ ຫຼືເປັນຜູ້ຈ້ຳກາ (notary public) ພະຍານຂອງທ່ານຕ້ອງເຊັນຊື່ໃສ່ໃນຊອງຈົດໝາຍລາຍເຊັນ ແລະເຂົາເຈົ້າຕ້ອງຂຽນທີ່ຢູ່ຕົນເອງລົງພ້ອມ.
- າທ່ານບໍ່ໄດ້ຈົດທະບຽນອອກສຽງ ທ່ານຈະໄດ້ຮັບໃບສະໝັກຈົດທະບຽນໃນໜັງສືຕ່າງໆຂອງທ່ານ. ໃນການຈົດທະບຽນ ທ່ານຕ້ອງສະແດງໃຫ້ພະຍານເຫັນ.ຫຼັກຖານຢັ້ງຢືນທີ່ຢູ່ໜຶ່ງອັນ ພະຍານຂອງທ່ານຕ້ອງໝາຍໃສ່ຊອງຈົດໝາຍລາຍເຊັນວ່າທ່ານເອົາບັດປະຈຳຕົວອັນໃດໃຫ້ເຈົ້າໜ້າທີ່ເບິ່ງ.
- ງຈາກທ່ານກອກແລ້ວໆ ຈົ່ງສົ່ງບັດເລືອກຕັ້ງແລະຟອມນັ້ນກັບມາໄວໆ. ບັດເລືອກຕັ້ງຂອງທ່ານຈະບໍ່ຖືກນັບຖ້າມັນມາຮອດຫຼັງຈາກວັນເລືອກຕັ້ງ.
ຕິດຕາມບັດເລືອກຕັ້ງຂອງທ່ານ
ບັດເລືອກຕັ້ງທັງໝົດຊະນິດບໍ່ສາມາດໄປບ່ອນທີ່ເລືອກຕັ້ງໄດ້ທີ່ຖືກສົ່ງໄປຮອດສະຖານທີ່ເລືອກຕັ້ງທັນເວລາແລະໄດ້ກອກຢ່າງຖືກຕ້ອງຈະຖືກນັບ.
ຕິດຕາມສະຖານະບັດເລືອກຕັ້ງຂອງທ່ານແລະຢັ້ງຢືນວ່າບັດເລືອກຕັ້ງນັ້ນໄດ້ຖືກສົ່ງໄປຮອດສະຖານທີ່ເລືອກຕັ້ງແລະຖືກນັບແລ້ວ.