ໃນໜ້ານີ້ ໃຫ້ເຮົາມາຮຽນຮູ້ວ່າແມ່ນໃຜສາມາດອອກສຽງໄດ້ ແລະວິທີຈົດທະບຽນກ່ອນມື້ເລືອກຕັ້ງ ຫຼື ໃນມື້ເລືອກຕັ້ງ.
ການທີ່ຈະອອກສຽງໃນລັດມິນນິໂຊຕາໄດ້, ທ່ານຕ້ອງເປັນສັນຊາດອະເມລິກາກ່ອນ, ມີອາຍຸຢ່າງນ້ອຍ 18 ປີ ໃນວັນເລືອກຕັ້ງ, ແລະເປັນຜູ້ອາໄສໃນລັດມິນນິໂຊຕ້າຢ່າງນ້ອຍເປັນເວລາ 20 ວັນ.
ຖ້າທ່ານມີໂທດອາຍາໜັກ, ທ່ານສາມາດອອກສຽງໄດ້ເມື່ອທ່ານໃຊ້ໂທດຂອງທ່ານທັງໝົດແລ້ວ, ນັ້ນຮວມເຖິງການລອງໂທດ, ການຖືກປ່ອຍຈາກຄຸກກ່ອນກຳນົດ, ຫຼື ເງື່ອນໄຂອື່ນໆຢ່າງເຊັ່ນ ການຊົດໃຊ້ຄືນ.
ທ່ານສາມາດອອກສຽງ ເມື່ອທ່ານຍັງຢູ່ໃນການດູູແລຂອງຄົນອື່ນ, ນອກຈາກວ່າຜູ້ພິພາກສາໄດ້ຖອນສິດໃນການອອກສຽງຂອງທ່ານ.
ຈົດທະບຽນທາງອອນລາຍເປັນພາສາອັງກິດ. ຈົດທະບຽນອອກສຽງທາງອອນລາຍເປັນພາສາອັງກິດ ຫຼື ພິມໃບສະໝັກພາສາລາວ ທີ່ເປັນເຈ້ຍອອກມາ.
ທ່ານສາມາດຈົດທະບຽນຢູ່ບ່ອນປ່ອນບັດໃນວັນເລືອກຕັ້ງໄດ້ຄືກັນ. ທ່ານຕ້ອງສະແດງຫຼັກຖານຊື່ແລະທີ່ຢູ່ປັດຈຸບັນຂອງທ່ານ.
ທ່ານຕ້ອງຈົດທະບຽນຄືນໃໝ່ທຸກເທື່ອທີ່ທ່ານປ່ຽນທີ່ຢູ່ ປ່ຽນຊື່ ຫຼືບໍ່ໄດ້ອອກສຽງເປັນເວລາຢ່າງນ້ອຍໃນລະຍະສີ່ປີ. ປ່ຽນຂໍ້ມູນການຈົດທະບຽນຂອງທ່ານ ໂດຍການກອກຟອມໃບສະໝັກໃໝ່.
ໃນການຈົດທະບຽນຢູ່ບ່ອນປ່ອນບັດຂອງທ່ານໃນວັນເລືອກຕັ້ງນັ້ນ, ໃຫ້ທ່ານເອົາຫຼັກຖານ.
1. ບັດປະຈຳຕົວທີ່ມີຊື່ ແລະທີ່ຢູ່ປັດຈຸບັນ.
2. ບັດປະຈຳຕົວທີ່ມີຮູບ ຮວມທັງເອກກະສານທີ່ມີຊື່ແລະທີ່ຢູ່ປັດຈຸບັນຂອງທ່ານ
ບັດປະຈຳຕົວທີ່ອະນຸມັດ(ໃຫ້ເລືອກເອົາອັນໜຶ່ງ)
ໝົດອາຍຸກໍໄດ້.
ເອກກະສານທີ່ອະນຸມັດ(ໃຫ້ເລືອກເອົາອັນໜຶ່ງ)
ສາມາດເອົາໃຫ້ເຈົ້າໜ້າທີ່ເລືອກຕັ້ງເບິ່ງທາງອຸປະກອນອີເລັກໂທຣນິກກໍໄດ້.
3. ຜູ້ທີ່ຈົດທະບຽນອອກສຽງແລ້ວ ທີ່ສາມາດຢັ້ງຢືນທີ່ຢູ່ຂອງທ່ານ
ຜູ້ທີ່ຈົດທະບຽນອອກສຽງຈາກເຂດເລືອກຕັ້ງຂອງທ່ານສາມາດໄປບ່ອນເລືອກຕັ້ງກັບທ່ານ ເພື່ອໄປເຊັນສາບານຕົນໃນການຢັ້ງຢືນທີ່ຢູ່ຂອງທ່ານ. ສິ່ງນີ້ເອີ້ນວ່າ 'ການຮັບຮອງ.' ຜູ້ທີ່ຈົດທະບຽນອອກສຽງສາມາດເຊັນຮັບຮອງຜູ້ທີ່ອອກສຽງໄດ້ຮອດແປດຄົນ. ທ່ານບໍ່ສາມາດເຊັນຮັບຮອງໃຫ້ຄົນອື່ນໄດ້ ຖ້າຄົນອື່ນເຊັນຮັບຮອງໃຫ້ທ່ານແລ້ວ.
4. ບັດປະຈຳນັກສຶກສາວິທະຍາໄລ ທີ່ມີລາຍຊື່ໃນຫໍພັກ
ວິທະຍາໄລ ແລະມະຫາວິທະຍາໄລແຫ່ງຕ່າງໆ ສົ່ງລາຍຊື່ຂອງນັກສຶກສາທີ່ຢູ່ໃນຫໍພັກໃຫ້ເຈົ້າໜ້າທີ່ເລືອກຕັ້ງ. ຖ້າທ່ານມີຊື່ໃນລາຍຊື່ນັ້ນ ໃຫ້ທ່ານເອົາບັດປະຈຳຕົວໃຫ້ເຈົ້າໜ້າທີ່ເບິ່ງເພື່ອຈົດທະບຽນໃຫ້ສຳເລັດ.
5. ການຈົດທະບຽນເປັນທາງການໃນເຂດເລືອກຕັ້ງ
ຖ້າທ່ານຈົດທະບຽນໃນເຂດເລືອກຕັ້ງແລ້ວ ແຕ່ທ່ານໄດ້ປ່ຽນຊື່ ຫຼື ຍ້າຍພາຍໃນເຂດເລືອກຕັ້ງດຽວກັນ, ທ່ານພຽງແຕ່ບອກຊື່ ແລະທີ່ຢູ່ເກົ່າຂອງທ່ານໃຫ້ເຈົ້າໜ້າທີ່ເລືອກຕັ້ງຮູ້ເທົ່ານັ້ນ.
6. ການແຈ້ງການຈົດທະບຽນຊ້າ
ຖ້າທ່ານຈົດທະບຽນພາຍໃນ 20 ວັນຂອງວັນເລືອກຕັ້ງ, ທ່ານອາດຈະໄດ້ຮັບໜັງສືແຈ້ງທາງໄປສະນີ ແຈ້ງເຖິງການຈົດທະບຽນຊ້າ. ໃຫ້ທ່ານເອົາໜັງສືນັ້ນໄປນຳ ແລ້ວໃຊ້ໜັງສືນັ້ນເປັນຫຼັກຖານການຢັ້ງຢືນທີ່ຢູ່ອາໄສໃນການຈົດທະບຽນ.
7. ພະນັກງານຂອງສະຖານທີ່ພັກອາໄສ
ຖ້າທ່ານຢູ່ໃນສະຖານທີ່ພັກອາໄສ ພະນັກງານສາມາດໄປບ່ອນເລືອກຕັ້ງກັບທ່ານ. ສິ່ງນີ້ເອີ້ນວ່າ 'ການຮັບຮອງ.' ພະນັກງານສາມາດຮັບຮອງໃຫ້ໝົດທຸກຄົນສຳລັບຜູ້ທີ່ຢູ່ໃນສະຖານທີ່ນັ້ນທີ່ມີສິດອອກສຽງໄດ້.