ໃນໜ້ານີ້ ຮຽນຮູ້ວ່າທ່ານຈະໄປອອກສຽງຢູ່ໃສ ຈະເອົາຫຍັງໄປນຳ ວິທີໄດ້ຮັບການຊ່ວຍເຫຼືອແລະສິດຂອງທ່ານໃນຖານະຜູ້ອອກສຽງມີຫຍັງແນ່
ຊອກຮູ້ວ່າທ່ານຈະໄປອອກສຽງຢູ່ໃສ ບ່ອນປ່ອນບັດເລືອກຕັ້ງສ່ວນຫຼາຍແມ່ນ ເປີດແຕ່ 7 ໂມງເຊົ້າ ເຖິງ 8 ໂມງແລງ.
ຖ້າທ່ານຈົດທະບຽນອອກສຽງໂດຍໃຊ້ທີ່ຢູ່ປັດຈຸບັນຂອງທ່ານ ທ່ານບໍ່ຕ້ອງການເອົາບັດປະຈຳຕົວມາສະແດງໃຫ້ເຈົ້າໜ້າທີ່ເບິ່ງ. ຖ້າທ່ານຕ້ອງຈົດທະບຽນ ຫຼືປ່ຽນຂໍ້ມູນຂອງການຈົດທະບຽນຂອງທ່ານ ທ່ານຕ້ອງໄດ້ເອົາບັດປະຈຳຕົວມາສະແດງໃຫ້ເຈົ້າໜ້າທີ່ເບິ່ງ.ຫຼັກຖານຢັ້ງຢືນທີ່ຢູ່
ມີຫຼາຍວິທີໃນການຂໍຄວາມຊ່ວຍເຫຼືອເມື່ອທ່ານອອກສຽງ. ທ່ານສາມາດເອົາຄົນມາຊ່ວຍ, ຖາມເຈົ້າໜ້າທີ່ຄວບຄຸມການເລືອກຕັ້ງ, ໃຊ້ເຄື່ອງຈັກຊ່ວຍທ່ານໝາຍໃນບັດເລືອກຕັ້ງ ຫຼືຈົນເຖິງການອອກສຽງຈາກລົດຂອງທ່ານ.
ທ່ານສາມາດເອົາສະມາຊິກໃນຄອບຄົວ ໝູ່ເພື່ອນ ເພື່ອນບ້ານ ຫຼືຜູ້ໃດກໍໄດ້ມາຊ່ວຍທ່ານໃນການອອກສຽງ. ແຕ່ມີຂໍ້ຍົກເວັ້ນທີ່ທ່ານບໍ່ສາມາດເອົານາຍຈ້າງ, ສະຫະພັນ ຫຼື ຜູ້ສະໝັກຊິງຕຳແນ່ງມາຊ່ວຍທ່ານໄດ້.
ຜູ້ຊ່ວຍທ່ານສາມາດຊ່ວຍທ່ານໃນທຸກຂັ້ນຕອນການເລືອກຕັ້ງ ນັ້ນຮວມທັງການອອກສຽງໃນບູດເລືອກຕັ້ງ. ເຖິງຢ່າງໃດກໍຕາມ ຜູ້ຊ່ວຍນັ້ນສາມາດຊ່ວຍໝາຍບັດເລືອກຕັ້ງໃຫ້ໄດ້ແຕ່ສາມຄົນໃນການເລືອກຕັ້ງເທື່ອໜຶ່ງເທົ່ານັ້ນ. ທ່ານສາມາດເອົາບັດເລືອກຕັ້ງໃຫ້ຜູ້ຄວບຄຸມເລືອກຕັ້ງເບິ່ງເປັນສ່ວນຕົວ ເພື່ອເບິ່ງວ່າທ່ານໝາຍຖືກຫຼືບໍ່.
ຜູ້ຊ່ວຍບໍ່ໄດ້ຮັບການອະນຸຍາດບັງຄັບທ່ານໃນການອອກສຽງ ຫຼືບອກຄົນອື່ນໃນການອອກສຽງ.
ຖ້າທ່ານອອກຈາກລົດຍາກໃນການໄປບ່ອນປ່ອນບັດ ທ່ານສາມາດຂໍໃຫ້ມີຄົນເອົາບັດເລືອກຕັ້ງມາໃຫ້ທ່ານໝາຍຢູ່ຂອບທາງ. ສິ່ງນີ້ເອີ້ນວ່າ ການອອກສຽງຢູ່ຂອບທາງ.
ຜູ້ຄວບຄຸມສອງທ່ານຈາກພັກການເມືອງໃຫຍ່ໆແຕ່ລະຝ່າຍຈະເອົາບັດເລືອກຕັ້ງມາໃຫ້ທ່ານຢູ່ລົດ. ຖ້າທ່ານຕ້ອງການຈົດທະບຽນຫຼືປ່ຽນຂໍ້ມູນ ເຂົາເຈົ້າກໍຈະເອົາໃບສະໝັກມາໃຫ້ທ່ານເຊັ່ນກັນ.
ເມື່ອທ່ານອອກສຽງແລ້ວໆ ຜູູ້ຄວບຄຸມການເລືອກຕັ້ງຈະເອົາບັດເລືອກຕັ້ງຂອງທ່ານເຂົ້າໄປທາງໃນ ແລ້ວປ່ອນບັດຂອງທ່ານໃສ່ໃນຕູ້ປ່ອນບັດ.
ບ່ອນປ່ອນບັດເລືອກຕັ້ງສ່ວນຫຼາຍມີເຄື່ອງຈັກໝາຍບັດເລືອກຕັ້ງໃຫ້ທ່ານ. ມັນເຮັດໃຫ້ທ່ານໄດ້ໝາຍໃນທີ່ສ່ວນຕົວຖ້າທ່ານບໍ່ສາມາດ(ຫຼືເລືອກທີ່ຈະບໍ່ໝາຍ)ອອກສຽງດ້ວຍການໃຊ້ບິກ.
ເຄື່ອງຈັກນັ້ນມີຈໍທີ່ຈະສະແດງຂໍ້ຄວາມເລືອກຕັ້ງເປັນຕົວພິມໃຫຍ່ ຫຼືມີພື້ນສີທີ່ເຂັ້ມ. ເຄື່ອງຈັກນັ້ນສາມາດອ່ານຂໍ້ຄວາມເລືອກຕັ້ງໃຫ້ທ່ານໂດຍທາງຫູຟັງໄດ້.
ທ່ານກອກບັດເລືອກຕັ້ງຂອງທ່ານໂດຍການໃຊ້ຕົວໜັງສືເບຣຂອງຄົນຕາບອດໃນປຸ່ມຄີແພດ, ຈໍສຳພັດ ຫຼື ອຸປະກອນດູດແລະເປົ່າຜ່ານທໍ່ຢ່າງເພື່ອສັ່ງງານ(sip-and-puff device). ຫຼັງຈາກທ່ານໝາຍເອົາຜູ້ສະໝັກທີ່ທ່ານເລືອກແລ້ວ ເຄື່ອງຈັກນັ້ນຈະພິມບັດເລືອກຕັ້ງທີ່ທ່ານກອກແລ້ວໃຫ້ທ່ານ.
ຜູ້ຄວບຄຸມການເລືອກຕັ້ງຈະຄອຍຊ່ວຍເຫຼືອທ່ານຕະຫຼອດທຸກຂັ້ນຕອນຂອງການເລືອກຕັ້ງ
ຖ້າທ່ານຕ້ອງການຄວາມຊ່ວຍເຫຼືອໃນການໝາຍບັດເລືອກຕັ້ງ ຜູ້ຄວບຄຸມເລືອກຕັ້ງສອງທ່ານຈາກພັກການເມືອງແຕ່ລະພັກສາມາດຊ່ວຍທ່ານໄດ້. ເຂົາເຈົ້າບໍ່ໄດ້ຮັບການອະນຸຍາດບັງຄັບທ່ານໃຫ້ເລືອກຕາມເຂົາເຈົ້າຫຼືບອກໃຫ້ທ່ານອອກສຽງແນວໃດ.
ທ່ານມີສິດພັກການໃນການໄປອອກສຽງ ໂດຍບໍ່ຕ້ອງເສຍເງິນຄ່າຈ້າງ ເສຍການພັກການສ່ວນຕົວ ຫຼືເສຍເວລາພັກເວເຄຊັ່ນໃນການເລືອກຕັ້ງປະຈຳລັດຫຼືການເລືອກຕັ້ງທາງລັດຖະບານກາງ, ແລະໃນການເລືອກຕັ້ງທົ່ວໄປຂອງທ້ອງຖິ່ນ.
ນາຍຈ້າງຂອງທ່ານຕ້ອງຈ່າຍຄ່າຈ້າງງານໃນເວລາທີ່ທ່ານໄປອອກສຽງ ຖ້າມັນຢູ່ໃນເວລາຕາຕະລາງທີ່ທ່ານເຮັດວຽກ. ນາຍຈ້າງຂອງທ່ານບໍ່ສາມາດບັງຄັບໃຫ້ທ່ານໃຊ້ການຂາດການສ່ວນຕົວ ຫຼືໃຊ້ເວລາເວເຄຊັ່ນຂອງທ່ານ(ເບິ່ງ Minnesota Statutes 204C.04 and 204C.08 Subd.1d).
ຂາດການແຕ່ສະເພາະໄປເລືອກຕັ້ງເທົ່ານັ້ນ ແລ້ວກັບໄປເຮັດການ.
ນາຍຈ້າງຂອງທ່ານບໍ່ສາມາດປະຕິເສດໂດຍທາງກົງຫຼືທາງອ້ອມ ທີ່ຈະຈຳກັດ ຫຼືກີດກັນສິດນີ້ທີ່ຮວມທັງເວລາທີ່ທ່ານເລືອກໄປອອກສຽງ
ນາຍຈ້າງຂອງທ່ານສາມາດຂໍຮ້ອງໃຫ້ທ່ານບອກເຂົາເຈົ້າລ່ວງໜ້າຖ້າທ່ານຈະຂາດການ ແລະຂໍໃຫ້ລູກຈ້າງປະສານງານການຂາດງານກັບເຂົາເຈົ້າ ເພື່ອຫຼຸດຜ່ອນການລົບກວນໃນການເຮັດວຽກ
ທ່ານສາມາດເອົາຈົດໝາຍສະບັບນີ້ໃຫ້ນາຍຈ້າງຂອງທ່ານ ຊຶ່ງໃນນັ້ນໄດ້ອະທິບາຍເຖິງສິດພັກການເພື່ອໄປອອກສຽງ
ນາຍຈ້າງທີ່ຝ່າຝືນກົດໝາຍນີ້ ມີຄວາມຜິດຖານເບົາ. ຖ້າມີການຮ້ອງທຸກໃດໆຈາກລູກຈ້າງ ເຂົາເຈົ້າຄວນໄປຍື່ນຟ້ອງກັບທະນາຍຂອງຄາວຕີ້
ໃນຖານະທີ່ເປັນຜູ້ອອກສຽງໃນລັດມິນນິໂຊຕາ ທ່ານມີສິດຫຼາຍປະການ__ເຮົາຕ້ອງຮູ້ຈັກສິດເຫຼົ່ານັ້ນ!