Minnesota Secretary Of State - Lao
Skip to main content

ການລົງຄະແນນສຽງໃນລັດ Minnesota (Voting in Minnesota - Lao)


ລົງ​ທະ​ບຽນ​ເພື່ອ​ລົງ​ຄະ​ແນນ​ສຽງ

ຜູ້ທີ່ສາມາດລົງຄະແນນສຽງ ແລະ ວິທີການລົງທະບຽນກ່ອນ ຫຼື ໃນມື້ເລືອກຕັ້ງ.

 

ການລົງຄະແນນສຽງໃນມື້ເລືອກຕັ້ງ

ວັນທີເລືອກຕັ້ງ, ວິທີການລົງຄະແນນສຽງ, ການຊ່ວຍເຫຼືອຜູ້ລົງຄະແນນສຽງ ແລະ ສິດຂອງຜູ້ລົງຄະແນນສຽງ.

 

ວິທີອື່ນໃນການລົງຄະແນນສຽງ

ລົງ​ຄະ​ແນນ​ສຽງ​ລ່ວງ​ໜ້າ​ເນື່ອງຈາກມາ​ລົງ​ຄະ​ແນນ​ສຽງ​ບໍ່​ໄດ້, ລົງ​ຄະ​ແນນ​ສຽງ​ຈາກ​ຸມກອງທະ​ຫານ​ ຫຼື​ ຕ່າງ​ປະ​ເທດ ແລະ ​ວິ​ທີ​ການ​ລົງ​ຄະ​ແນນ​ສຽງ​ໃນ​ເຂດ​ປ່ອນ​ບັດ​ທາງ​ໄປສະນີ.

 

ຂ້ອຍຈະລົງຄະແນນສຽງຢູ່ໃສ?

ຂ້ອຍຈະລົງຄະແນນສຽງຢູ່ໃສ?

ແມ່ນຫຍັງຢູ່ໃນບັດເລືອກຕັ້ງຂອງຂ້ອຍ?

ເອົາຕົວຢ່າງການລົງຄະແນນສຽງສະແດງຜູ້ສະໝັກ ແລະ ຄໍາຖາມລົງຄະແນນສຽງທີ່ທ່ານຈະລົງຄະແນນສຽງ. ຂໍ້ມູນແມ່ນມີສະໜອງໃຫ້ປະມານ 45 ມື້ກ່ອນການເລືອກຕັ້ງຂອງລັດ ຫຼື ລັດຖະບານກາງ.

ວັນທີເລືອກຕັ້ງໃນປີ 2023

  • ວັນທີ 22 ກັນຍາ: ລົງຄະແນນສຽງທາງໄປສະນີ ຫຼື ດ້ວຍຕົນເອງ ວັນທີ 22 ກັນຍາ ຫາ ວັນທີ 6 ພະຈິກ (ການເລືອກຕັ້ງທົ່ວໄປ).
  • ວັນທີ 17 ຕຸລາ: ລົງທະບຽນລ່ວງໜ້າພາຍໃນວັນທີ 17 ຕຸລາ ເພື່ອປະຢັດເວລາໃນມື້ເລືອກຕັ້ງ.
  • ວັນທີ 7 ພະຈິກ: ມື້ເລືອກຕັ້ງ

ມີຫຍັງຢູ່ໃນບັດເລືອກຕັ້ງໃນປີ 2023?

ບໍ່ແມ່ນທຸກພື້ນທີ່ຂອງລັດ Minnesota ຈະມີການເລືອກຕັ້ງໃນປີ 2023. ຜູ້ລົງຄະແນນສຽງອາດມີການແຂ່ງຂັນອີກເທື່ອໜຶ່ງດັ່ງຕໍ່ໄປນີ້ໃນການລົງຄະແນນສຽງຂອງພວກເຂົາ:

  • ເຈົ້າໜ້າທີ່ເມືອງ
  • ສະມາຊິກສະພາໂຮງຮຽນ
  • ເຈົ້າໜ້າທີ່ຕົວເມືອງ
  • ຄໍາຖາມລົງຄະແນນສຽງທ້ອງຖິ່ນ